ເທດເພື່ອນບ້ານ, ອີງໃສ່ວິວັດທະນາການ ທາງປະຫັວດສາດ ແລະ
ພູມີສາດ ລາວບໍ່ເຄີຍມີ ວັດທະນາທຳປະເພດດຽວ.
ສົງຄາມຫຼາຍຮ້ອຍປີ, ການຖືກຮຸກຮານຢຶດຄອງຂອງຕ່າງຊາດ, ການສະຫຼາຍຕົວ ແລະ ການເກີດໃໝ່ຂອງ ປະເທດ ມັນເຍືອງໃຫ້
ເຫັນ ຢູ່ໃນສັງຄົມລາວ ຈົນມາຮອດທຸກມື້ນີ້.
ພົນລະເມືອງລາວ ປະກອບດ້ວຍ ຫຼາຍກ່ວາ 160 ຊົນເຜົ່າ ແລະກຸ່ມຄົນ ທີ່ມີພາສາປາກເວົ້າ ງ່າຍດາຍທຳມະດາ ຢູ່ໃນຊີວິດ
ປະຈຳວັນ. ຄົນລາວແບ່ງອອກເປັນ ສາມຊົນຊາດໃຫ່ຍ, ຊຶ່ງອີງຕາມເຂດທີ່ດຳລົງຊີວິດ ເຊັ່ນ: ລາວລຸ່ມ(ຢູ່ທົ່ງພຽງ), ລາວເທິງ(ຢູ່ພູພຽງ), ລາວສູງ(ຢູ່ພູສູງ). ລາວແມ່ນຊື່ລວມ ຂອງລາວທັງໝົດ. ບັນດາຊົນຊາດ ຊົນເຜົ່າຕ່າງໆ ແມ່ນຍັງຮັກສາວັດທະນາທຳ ຮີດຄອງປະເພນີຂອງຕົນເອງຈົນມາຮອດປະຈຸບັນນີ້.
I. ຄວາມໝາຍຂອງວັດທະນະທຳ:
ວັດທະນະທຳແມ່ນ ຄຸນຄ່າອັນລວມຍອດແຫ່ງການສະສົມບັນດາຜະລິດຕະພັນ ທາງດ້ານວັດຖຸແລະຈິດໃຈ ທີ່ມວນມະນຸດໄດ້ປະດິດຂື້ນ ໃນຂະບວບວິວັດທາງປະຫວັດສາດ ຫຼື ເວົ້າໄດ້ວ່າ: ວັດທະນະທຳແມ່ນ ບັນດາຜົນລວມ ຂອງຄວາມຈະເລີນງອກງາມ ຫຼື ສີ່ງທີ່ີດີຂອງຄົນພາຍໃນສັງຄົມ ທີ່ໄດ້ສ້າງຂື້ນແລະສັງຄົມທີ່ມາຮອດປັດຈຸບັນ ເຊີ່ງເກີດຈາກບົດຮຽນ ແລະ ຫົວຄິດປັນຍາຂອງປະຊາຊົນບັນດາເຜົ່າ, ລວມທັງພາສາການເວົ້າຈາ, ກິລິຍາມາລະຍາດທາງສັງຄົມ, ການດຳເນີນຊີວິດ, ການຢຶດຖືຮີດຄອງປະເພນີ ໆລໆ.
II. ຄວາມສຳນືກກ່ຽວກັບວັດທະນະທຳລາວ
ວັດທະນະທຳແມ່ນຄຸນຄ່າອັນລວມຍອດ ຂອງບັນດາຜະລິດຕະພັນດ້ານ ວັດຖຸແລະຈີດໃຈ ທີ່ມວນມະນຸດຜະລິດສ້າງຂື້ນມາໄດ້ໃນຂະບວນວິວັດຂອງປະຫວັດສາດ ແລະ ມີພາລະບົດບາດອັນສຳຄັນໃນການປະກອບສ້າງຄົນ ໃຫ້ກາຍເປັນຄົນກ້າວໜ້າ ສີວິໄລຢ່າງຕໍ່ເນື່ອງໃນປະຫວັດສາດ ການຂະຫຍາຍຕົວຂອງສັງຄົມມະນຸດ.
III. ປະເພດຂອງວັດທະນະທຳ:
ປະເພດຂອງວັັດທະນະທຳ ມີ 2 ປະເພດຄື:
- ວັດທະນະທຳທີ່ແມ່ນວັດຖຸ:: ເຊີ່ງປະກອບດ້ວຍວັດຖຸຕ່າງໆ.
- ວັດທະນະທຳທີ່ບໍ່ແມ່ນວັດຖຸ:: ເຊີ່ງປະກອບດ້ວຍຈິດໃຈ.
1. ວັດທະນະທຳທີ່ແມ່ນວັດຖຸ: ແມ່ນພາກສ່ວນທີ່ເບີ່ງເຫັນ ແລະ ສຳພັດໄດ້ເຊັ່ນ: ເປັນເຄື່ອງນຸ້ງຫົ່ມ, ເຄື່ອງໃຊ້ສອຍ, ອາຫານການກີນ, ເຄື່ອງຍີບປັກທັກແຊ່ວ, ປື້ມອ່ານ, ວາລະສານ, ໜັງສືພິມ, ການວາດແຕ້ມ, ການສະແດງເທີງເວທີການຟ້ອນ, ລະຄອນຮູບເງົາ, ວິຈິດຕະກຳ, ຫັດຖະກຳ, ປະຕິມາກຳ, ສະຖາປັດຕະຍາກຳ, ວັນນະກຳ, ວັດຖຸບູຮານ, ປູຊະນິຍະສະຖານ, ພິທີກຳ, ພິທີການອື່ນໆລວມທັງຮູບແບບ ແລະ ການດຳລົງຊີວິດ, ການທຳມາຫາກິນ ແລະ ການຮ່ວມມື ກັນ ທາງດ້ານຕ່າາງໆ ຂອງຄົນລາວໃນສັງຄົມອີກດ້ວຍ.
ເຊີ່ງປະກອບດ້ວຍວັດຖຸຕ່າງໆ ທີ່ມະນຸດໄດ້ປະດິດຂື້ນມາເປັນຮູບປະທຳ ຫຼື ຖານທີ່ເປັນຮູບຮ່າງເຊັ່ນ: ເຄື່ອງໃຊ້ສວຍ, ເຄື່ອງຈັກສານ, ປະຕິມະກຳ, ບູຮານສະຖານ(ບູຮານວັດຖຸ) ແລະ ສະຖານທີ່ອາຄານສຳຄັນຕ່າງໆ, ຕະຫຼອດຮອດວັດຖຸທີ່ມີຄ່າທັງໝົດ.
2. ວັດທະນະທຳທີ່ບໍ່ແມ່ນວັດຖຸ ຫຼື ວັດທະນະທຳທາງຈິດໃຈ: ແມ່ນເປັນພພາກສ່ວນທີ່ບໍ່ເຫັນ ແລະ ສຳພັດບໍ່ໄດ້ ເພາະວ່າ ແມ່ນຄຸນຄ່າ ແລະ ຄຸນນະທຳ ທາງຈິດໃຈ ອັນໄດ້ແກ່ຈິດສຳນືກ, ຈີນຕະນາການ, ປັດສະຍາ, ຄຸນສົມບັດ, ສັດຈະທຳ, ສິລະທຳ, ຄະຕິທຳຄຳສັ່ງສອນ, ໜ້າວຽກກົດໝາຍ, ການສືກສາ, ພາສາປາກເວົ້າ, ທິດສະດີແນວທາງ, ສຸພາສິດສອນໃຈ, ເນື້ອໃນວັນນະກຳ ເພື່ອຮ້ອງທຳນອງເພງສຽງແຄນ, ສຽງຄັບລຳ, ສຽງດົນຕີ, ປີ່ພາດ, ສາດສະໜາ, ຄວາມເຊື່ອຖື-ອຸດົມການ ໆລໆ.
ວັດທະນະທຳທາງດ້ານຈິດໃຈ ສະແດງອອກດ້ວຍຄຸນຄ່າ 3 ປະການຄື:
- ສັດຈະທຳ-ສີລະທຳ.
- ຄວາມດີ.
- ຄວາມງາມອັນບໍລິສຸດ ຜ່ອງໃສໃນມະໂນຄະຕິ.
ແມ່ນສີ່ງທີ່ສະແດງອອກແບບນາມມະທຳ ຫຼື ແບບທີ່ບໍ່ສາມາດແນມເຫັນແບບຮູບຮ່າງໄດ້ເຊັ່ນ: ແບບແຜນການດຳລົງຊີວີດ, ຄວາມຄິດ, ຄວາມເຊື່ອ, ພາສາ, ສີລະທຳ, ພຶດຕິກຳ ແລະ ຂະບວນການຕ່າງໆ
IV. ຄວາມສຳຄັນຂອງວັດທະນະທຳ:
ວັດທະນະທຳແມ່ນໄດ້ຊີ້ບອກເອກກະລັກ ຄວາມເປັນຊາດໜື່ງແລະວັດທະນະທຳ ຍັງໄດ້ຊື່ຄວາມໝາຍ ສຳຄັນຕໍ່ການພັດທະນາ ໂລກມະນຸດໃຫ້ມີຄວາມກ້າວໜ້າ ແລະ ຄວາມສີວິໄລ ໃຫ້ມີຄວາມຈົບງາມ ແລະ ສັນຕິສຸກອີກດ້ວຍ.
- ປີ 1988 – 1997 ເພີ່ນໄດ້ໜັກແໜ້ນເຖີງການພັດທະນາ ໃນຕໍ່ໜ້າແມ່ນຈະຕ້ອງໃຫ້ວັດທະນະທຳ ແມ່ນຈຸດໃຈກາງຂອງການພັດທະນາ.
ວັດທະນະທຳໂດຍທົ່ວໄປ ໝາຍເຖິງຮູບແບບຂອງກິດຈະກຳ ມະນຸດແລະໂຄງສ້າງໃນແບບສັນຍາລັກ ທີ່ເຮັດໃຫ້ກິດຈະກຳນັ້ນມີຄວາມເດັ່ນຊັດຂື້ນ ແລະ ມີຄວາມສຳຄັນໃນວິຖີການດຳລົງຊີວິດ ການດຳລົງຊີວິດ ເຊີ່ງເປັນພຶດຕິກຳ ແລະ ສີ່ງທີ່ຄົນໃນໝູ່ ຜະລິດເກີດຂື້ນໂດຍການຮຽນຮູ້ເຊີ່ງກັນແລະກັນ, ຮ່ວມໃຊ້ຢູ່ໃນໝູ່ພວກຂອງຕົນ ເຊີ່ງສາມາດປ່ຽນແປງໄດ້ຕາມຍຸກ ຕາມສະໄໝ ແລະ ຄວາມເໝາະສົມ.
Ø ວັດທະນະທຳສ່ວນ 1 ສາມາດ: ສະແດງອອກຜ່ານດົນຕີ, ວັນນະກຳ ( ວັນນະຄະດີໜັງສືການແຕ່ງຂື້ນເພື່ອໃຫ້ຮູ້ຄວາມຄິດ, ປະສົບການແກ່ຜູ່ອ່ານ ເຊີ່ງອາດຈະໃຊ້ )