⧪ບຸນປີໄໝ່ລາວ
ສົງນ້ຳ ພຣະພຸດທະຮູບ |
ຕາມຮີດຄອງປະເພນີລາວ ເຊິ່ງໃນທຸກໆປີ ເມື່ອຮອດ ເດືອນ 5 ລາວເພີນກໍຈະເລີມເຮັດ ບຸນປີໄໝ່ລາວ ເປັນບຸນທີ່ຕາມຄວາມເຊືອ ແລະ ຕາມຕຳລາ ທີສືບທອດກັນມາ.
ຄວາມເປັນມາຂອງບຸນ(ໂດຍຍໍ້) ບຸນນີ້ມີລັກສະນະເຈືອປົກກັນ ລະຫວ່າງສາສະໜາພາມ ແລະ ສາສະໜາພຸດ ເຊິ່ງມາຈາກເລື່ອງ ນາງທິດທັງເຈັດຜັດປ່ຽນກັນມາແຫ່ກະສຽນ ຂອງ ທ້າວ ກະບິນລະພົນ ຜູ້ເປັນພໍ່ມາຫົດຕາມຄຳສັງ ຂອງພໍ່ກ່ອນຖືກ ທ້າວກຳມະບານກຸມາດຕັດຄໍ ຕາມການພະນັນ ແຂ່ງຂັນຄວາມຮູ້ເລື່ອງ ສີລິ.
ສົງນ້ຳພຣະສົງ |
➤ບຸນເຂົ້າພັນສາ
ບຸນເຂົ້າພັນສາ ວັນເຂົ້າພັນສາ ກົງກັບແຮມ 1 ຄ່ຳ ເດືອນ 8 ປະວັຕວັນເຂົ້າພັນສາ ຄວາມສຳຄັນແລະກິດຈະກັມມາຝາກ ຄືວັນສຳຄັນທາງພຸດທະສາສນານັ້ນຄື "ວັນເຂົ້າພັນສາ" ຊຶ່ງເປັນວັນທີ່ພຣະສົງຄ໌ເຖຣະວາທຈະອະທິສຖານວ່າຈະພັກປະຈຳຢູ່ ທີ່ໃດທີ່ຫນຶ່ງ ຕລອດຣະຍະເວລາລະດູຝົນທີ່ມີກຳຫນົດເປັນຣະຍະເວລາ 3 ເດືອນ ຕາມທີ່ພຣະທັມວິນັຍບັນຍັຕໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫລື ທີຮຽກຕິດປາກກັນໂດຍທົ່ວໄປວ່າ "ຈຳພັນສາ" ນັ້ນເອງ. ປະວັຕວັນເຂົ້າພັນສາ "ເຂົ້າພັນສາ" ແປວ່າ "ພັກຝົນ" ຫມາຍເຖິງ ພຣະພິກຂຸສົງຄ໌ຕ້ອງຢູ່ປະຈຳ ໃນວັດໃດວັດຫນຶ່ງຣະຫວ່າງລະດູຝົນ ໂດຍເຫຕທີ່ພຣະພິກຂຸໃນສມັຍພຸດທະກາລ ມີຫນ້າທີ່ຈະຕ້ອງຈາຣິກໂປດສັຕວ໌ ແລະເຜີຍແຜ່ພຣະທັມຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີທີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳຫນິວ່າໄປຢຽບເຂົ້າກ້າແລະພືດພັນອື່ນໆ ຈົນເສຍຫາຍ ພຣະພຸດທະເຈົ້າຈຶ່ງຊົງວາງຣະບຽບກາຣຈຳພັນສາໃຫ້ພຣະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕລອດ 3 ເດືອນ ໃນຣະດູຝົນ ຄືເຣີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ຮຽກວ່າ "ປຸຣິມພັນສາ"
ຖ້າປີໃດມີເດືອນ 8 ສອງຄັ້ງ(ສອງຫົນ) ກໍ່ເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດຫລັງ ແລະອອກພັນສາໃນວັນຂຶ້ນ 15 ຄ່ຳ ເດືອນ 11 ຮຽກວ່າ "ປັຈສິມພັນສາ" ເວັ້ນແຕ່ມີກິຈທຸຣະຄືເມື່ອເດີນທາງໄປແລ້ວບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາຕໃຫ້ໄປແຮມຄືນໄດ້ ຄາວຫນຶ່ງບໍ່ເກີນ 7 ຄືນ ຮຽກວ່າ "ສັຕຕາຫະ" ຫາກເກີນກຳຫນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງກາຣຈຳພັນສາ ຈັດວ່າພັນສາຂາດ. ສຳຫຼັບຂໍ້ຍົກເວັ້ນໃຫ້ພິກຂຸຈຳພັນສາທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນກາຣຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່ 1. ກາຣໄປຮັກສາພະຍາບາລພິກສຸຫຼືຶບິດາມາຣດາທີ່ເຈັບປ່ວຍ 2. ກາຣໄປຣະງັບພິກຂຸສາມະເນຣທີ່ຢາກຈະສິກບໍ່ໃຫ້ສິກໄດ້ 3. ກາຣໄປເພື່ອກິຈທຸຣະຂອງຄະນະສົງຄ໌ເຊັ່ນ ກາຣໄປຫາອຸປະກອນ໌ມາຊ່ອມກຸຕິທີ່ຊຳລຸດເປ່ເພ 4. ຫາກທາຍົກນິມົນຕ໌ໄປທຳບຸນ ກໍໄປສລອງສັທທາໃນກາຣບຳເພັນກຸສົລຂອງເຂົາໄດ້ ນອກຈາກນີ້ຫາກຣະຫວ່າງ ເດີນທາງກົງກັບວັນຢຸດເຂົ້າພັນສາພໍດີ ພຣະພິກຂຸສົງຄ໌ເຂົ້າມາທັນໃນຫມູ່ບ້ານຫຼືໃນເມືອງກໍພໍຈະຫາທີ່ພັກພິງໄດ້ຕາມສົມຄວຣ ແຕ່ຖ້າມາບໍ່ທັນກໍຕ້ອງເພິ່ງອາໃສເຫງົ້າໄມ້ໃຫຍ່ເປັນທີ່ພັກແຮມ ຊາວບ້ານເຫັນພຣະໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບ ເພື່ອໃຫ້ທ່ານໄດ້ອາໃສພັກຝົນ ຮວມກັນຫລາຍໆອົງຄ໌ ທີ່ພັກດັງກ່າວນີ້ຮຽກວ່າ "ວິຫາຣ" ແປວ່າ ທີ່ຢູ່ຂອງສົງຄ໌ ເມື່ອຫມົດແລ້ວ ພຣະສົງຄ໌ທ່ານອອກຈາຣິກຕາມກິຈຂອງທ່ານຄັນຍາມ ເຖິງຫນ້າຝົນໃຫມ່ທ່ານກໍກັບມາພັກອີກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສສຖີມີຈິຕສັທທາເຫລື້ອມໃສໃນພຣະພຸດທະສາສນາ ກໍເລືອກຫາສະຖານທີ່ສະຫົງບງຽບບໍ່ຫ່າງໄກຈາກຊຸມຊົນປານໄດ ສ້າງທີ່ພັກ ຮຽກວ່າ "ອາຣາມ" ໃຫ້ເປັນທີ່ຢູ່ຂອງສົງຄ໌ດັ່ງເຊັນປັຈຈຸບັນນີ້.
ທັ້ງນີ້ ໂດຍປົກກະຕິເຄື່ອງໃຊ້ສອຍຂອງພຣະຕາມພຸດທານຸຍາຕໃຫ້ມີປະຈຳຕົວນັ້ນ ມີພຽງອັຖຖະບໍຣິຂາຣ ອັນໄດ້ແກ່ ຜ້າສະບົງ ຈີວຣ(ຜ້າຄຸມ) ສັງຄາຕິ(ຜ້າສັງຄາ) ເຂັມ ບາຕ ສາຍປະຄົດ(ສາຍຮັດມັດແອວ) ຫມໍ້ຕອງນ້ຳ ແລະມີດໂກນ ແລະກວ່າພຣະທ່ານຈະຫາທີ່ບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນຣະດູຕົກຮຳປຽກມາ ຊາວບ້ານທີ່ໃຈບຸນຈຶ່ງຖວາຢຜ້າອາບນ້ຳຝົນສຳຫຼັບໃຫ້ທ່ານໄດ້ຜັດປ່ຽນ ແລະຖວາຍຂອງຈຳເປັນແກ່ກິຈປະຈຳວັນຂອງທ່ານເປັນພິເສສໃນວັນເຂົ້າພັນສາ ນັບເປັນເຫຕໃຫ້ມີປະເພນີທຳບຸນເນື່ອງໃນວັນນີ້ສືບມາ... ຢ່າງໄດກໍຕາມ ແມ່ນກາຣເຂົ້າພັນສາຈະເປັນເຣື່ອງຂອງພຣະພິກສຸ ແຕ່ພຸດທະສາສນິກຊົນກໍຖືເປັນໂອກາສດີທີ່ຈະໄດ້ທຳບຸນຮັກສາສີລ ແລະຊຳຣະຈິຕໃຈໃຫ້ຜ່ອງໃສ ກ່ອນວັນເຂົ້າພັນສາຊາວບ້ານກໍຈະໄປຊ່ວຍພຣະທຳຄວາມສະອາດເສນາສະນະ ສ້ອມແຊມກຸຕິວິຫາຣແລະອື່ນໆ ພໍເຖິງວັນເຂົ້າພັນສາກໍຈະໄປຮ່ວມທຳບຸນຕັກບາຕ ຖວາຍເຄື່ອງສັກກາຣະບູຊາ ດອກໄມ້ ທູບທຽນ ແລະເຄື່ອງໃຊ້ ເຊັ່ນ ສະບູ ຢາຖູແຂ້ວ ເປັນຕົ້ນ ພ້ອມຟັງເທສນ໌ ຟັງທັມ ແລະຮັກສາອຸໂປສົຖສີລກັນຢູ່ທີ່ວັດ ບາງຄົນອາຈຕັ້ງໃຈງົດເວັ້ນອະບາຍຍະມຸຂຕ່າງໆ ເປັນກໍຣະນີພິເສສ ເຊັ່ນ ງົດເສພສຸຣາ ງົດຂ້າສັຕວ໌ ເປັນຕົ້ນ ອະນຶ່ງ ບິດາມາຣດາມັກຈະຈັດພິທີອຸປສົມບົທໃຫ້ລູກຫລານຂອງຕົນ ໂດຍຖືກັນວ່າກາຣເຂົ້າບວດຮຽນແລະຢູ່ຈຳພັນສາໃນຣະຫວ່າງນີ້ຈະໄດ້ຣັບອານິສົງສ໌ ຢ່າງສູງ ວັນເຂົ້າພັນສາ ນອກຈາກນີ້ ຍັງມີປະເພນີສຳຄັນທີ່ຂາດບໍ່ໄດ້ເລີຍ ຄື "ປະເພນີຫລໍ່ທຽນເຂົ້າພັນສາ" ປະເພນີທີ່ກະທຳກັນເມື່ອໃກ້ເຖິງຣະດູເຂົ້າພັນສາ ຊຶ່ງມີມາຕັ້ງແຕ່ບູຮານນະກາລ ກາຣຫລໍ່ທຽນເຂົ້າພັນສານີ້ ມີຢູ່ເປັນປະຈຳທຸກປີ ເພາະໃນຣະຍະເຂົ້າພັນສາ ພຣະພິກຂຸຈະຕ້ອງມີກາຣໄຫວ້ພຣະສູດມົນຕ໌ທຳວັຕຣທຸກເຊົ້າແລງ ແລະໃນກາຣນີ້ຈະຕ້ອງມີທູບ-ທຽນຈູດບູຊາພ້ອມ ພຸດທະສາສະນິກະຊົນທັ້ງຫລາຍຈຶ່ງພ້ອມ ໃຈກັນຫລໍ່ທຽນເຂົ້າພັນສາສຳຫລັບໃຫ້ພຣະພິກຂຸຈູດເປັນກາຣກຸສົລທານຢ່າງຫນຶ່ງ ເພາະເຊື່ອກັນວ່າໃນກາຣໃຫ້ທານດ້ວຍແສງສວ່າງ ຈະມີອານິສົງສ໌ເພີ່ມພູນປັນຍາຫູຕາສວ່າງສະໄຫວ ຕາມຊົນນະບົທນັ້ນ ກາຣຫລໍ່ທຽນເຂົ້າພັນສາເຮັດກັນຢ່າງເອີກກະເຫລີກສະນຸກມ່ວນຊື່ນ ເມື່ອຫລໍ່ສຳເຣັຈແລ້ວ ກໍ່ຈະມີກາຣແຫ່ແຫນອ້ອມຮອບສິມ(ອຸໂປສົຖ) 3 ຮອບ ແລ້ວນຳໄປບູຊາພຣະຕລອດຣະຍະເວລາ 3 ເດືອນ ບາງແຫ່ງກໍ່ມີກາຣປະກວດກາຣຕົກແຕ່ງ ມີກາຣແຫ່ແຫນຮອບເມືອງດ້ວຍຂະບວນທີ່ສວຍງາມ ໂດຍຖືວ່າເປັນງານປະຈຳປີໄປພ້ອມເລີຍ ກິດຈະກັມຕ່າງໆ ທີ່ຄວນປະຕິບັຕໃນວັນເຂົ້າພັນສາ - ຮ່ວມກິດຈະກັມເຮັດທຽນຈຳນຳພັນສາ - ຮ່ວມກິດຈະກັມຖວາຍຜ້າອາບນ້ຳຝົນ ແລະຈະຕຸປັຈໄຈ ແກ່ພຣະພິກຂຸສາມະເນຣ - ຮ່ວມທຳບຸນ ຕັກບາຕຣ ຟັງທັມເທສນາ ຮັກສາອຸໂປສົຖສີລ - ອະທິສຖານງົດເວັ້ນອະບາຍຍະມຸຂຕ່າງໆ
ສຳລັບຜູ້ໃຫ້ທານ ຮັກສາສີລໃນເທສະການເຂົ້າພັນສາ ຈະໄດ້ຜະຫຼາອານິສົງຫຼາຍ ຍ້ອນວ່າພຣະພິກຂຸ ຈຳວັດປະຕິບັດທັມຜູ້ໄດ້ອຸປະຖາກຮັກສາ ຈະປະສົບຜົລສຳເຣັຈ, ຈະເປັນຜູ້ຈະເຣີນໃນທາງທັມ ແລະ ຈົ່ງເອົາຕົນເຂົ້າວັດປະຕິບັດ ເພື່ອຂູດເກົາຈິດໃຈໃຫ້ເປັນຜູ້ຮູ້ໃຫ້ອະໄພ ໃຫ້ຮູ້ເທົ່າທັນປັນຫາອາໃສຫຼັກທັມ ເປັນແສງສວ່າງເຍື່ອງທາງໃນການດຳເນີນຊີວິດ ເພື່ອຄວາມຜາສຸກໃນຊາດນີ້ ແລະ ພົບໜ້າ.
➤ບຸນອອກພັນສາ
ຄຳວ່າ ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫລັງຈາກການ ເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປ ປະຕິບັດໜ້າທີ່ ຢູ່ບ່ອນອ່ື່ນໄດ້ ເອີ້ນອີກຢ່າງໜຶ້ງວ່າ ການອອກຈາກ ລະດູຝົນ. ເມ່ືອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫລາຍ ພາກັນຈັດຫາ ວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາ ຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້່າມວນຊົນ ຊາວພຸດກໍມາ ເຕົ້າໂຮມກັນ ຖວາຍຂອງທານ ທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ ໃນວັດພ້ອມ ທັງຖວາຍ ຜ້າຈີວອນ ຫລື ຜ້າຈຳນຳ ພັນສາໃຫ້ແກ່ ພະພິກຂຸສົງ.
ຕາມປະເພນີລາວ ແຕ່ເກ່ົາແລ້ວ ເວລາໄກ້ຈະຮອດ ວັນບຸນອອກພັນສາ ຊາວບ້ານໄດ້ກະກຽມ ເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້, ຂີ້ເຈຍມາຕຳ ປະສົມກັນໃຫ້ ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ ເພັງຊາວບ້ານ ກໍພາກັນມາເຕົ້າໂຮມ ກັນຢູ່ວັດ ເພ່ື່ອພ້ອມກັນສ້າງ ເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດພະທຳ ແລະ ພະສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜ ລາວ ເພື່ອບູຊາຄຸນ ພະພຸດພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນ ສ້າງຂຶ້ນໃນຕອນບ່າຍ ຂອງມື້ເພັງເອງ. ບາງບ້ານກໍເຮັດ ແບບງ່າຍດາຍ ຈາກທ່ອນກ້ວຍ ເປັນຕົ້ນຕໍ ເສີມດ້ວຍແຜ່ນ ໄມ້ນ້ອຍໆເປັນ ຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງ ໃສ່ແພທ່ອນກ້ວຍ. ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວ ຈຶ່ງໄຕ້ກະບອງລຽນ ໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ ພ້ອມກັນອະທິຖານ ຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດ ມີຄວາມສຸກ, ປັດສະຈາກໂລກ ໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນ ການນີ້ວ່າ “ການໄຫລເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ມັດ ເຂົ້າກັນເປັນ ຮູບຊົງເຮືອໃຫຍ່ ມີການກະກຽມ ຫລາຍວັນ. ຢູ່ຕາມລຳນ້ຳຖ້າວ່າ ຜູ້ໃດຫາກລັດ ເອົາເຮືອໄຟດັ່ງກ່າວ ໄດ້ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫລືອຫລາຍ, ມີຄວາມເຊື່ອວ່າ ຄອບຄົວຂອງ ຜູ້ນັ້ນຈະມີຊີວິດ ທີ່ປາສະຈາກ ໂລກໄພໄຂ້ເຈັບ ທັງຫລາຍທັງປວງ ໃນປີນັ້ນ. ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະ ຊາວໜຸ່ມໄດ້ ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບ ປະຍຸກໃໝ່ ໄປລອຍນ້ຳຫລັງ ຈາກທີ່ໃຫ້ພະສູດ ແລະ ວຽນທຽນ ຢູ່ໃນວັດແລ້ວ ພ້ອມທັງອະທິຖານ ຕ່າງໆນາໆ.
ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫລອດທັງຄືນ. ຈຸດປະສົງຂອງ ການຊ່ວງເຮືອ ແລະ ການໄຫລເຮືອໄຟ ແມ່ນເພື່ອສົມມາ ຄາລະວະ ພ້ອມທັງບວງສວງ ຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳລຳເຊ ຕະຫລອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດ ທັງຫລາຍໄດ້ທຳມາ ຫາກິນຢ່າງສະຫງົບສຸກ