ວັດທະນະທຳການນຸ່ງຖື ແມ່ນມຸນມໍລະດົກອັນໜື່ງ ທີ່ບັນພະບູລຸດປະໄວ້ໃຫ້ລູກຫຼານຄົນລາວສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງເອກອ້າງສະແດງໃຫ້ຊາວໂລກໄດ້ເຫັນເອກະລັກໜື່ງ ຂອງຄວາມເປັນຊາດລາວ.
ປະເພນີການນຸ່ງຖື ບາງຮູບການກໍ່ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະໃໝ ຕາມຄວາມນິຍົມ. ແຕ່ເດີມນັ້ນ, ການໄປສົ່ງສະການເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່ບາດຕາ ເພື່ອເຮັດໃຫ້ບັນຍາກາດຂອງນັ້ນມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດມິດຂອງຜູ້ຕາຍມີຈິດໃຈໂສກເສົ້າ; ໃສ່ສີແຈດ, ສີແດງ ນັ້ນເພີ່ນຄະລຳ ແລະ ເປັນການບໍ່ສຸພາບ, ຖ້າໃສ່ສີມືດສີດໍາແມ່ນເປັນການໄວ້ທຸກ. ປະເພນີລາວເພີ່ນບໍ່ມີການໄວ້ທຸກ, ການໄວ້ທຸກຈະເຮັດໃຫ້ດວງວິນຍານຂອງຜູ້ຕາຍເປັນຫ່ວງ ແລະ ບໍ່ເປັນສຸກ.
ປັດຈຸບັນກໍ່ນິຍົມກັນໃສ່ຊຸດດຳໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖືເຂົ້າວັດວາອາຮາມເພື່ອໄປເຮັດບຸນຕັກບາດຢາດນໍ້າ ສ້າງສິນກິນທານຕາມຮີດຄອງປະເພນີ ແມ່ຍິງຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມ. ມາຮອດດຽວນີ້ ເຫັນວ່າມີການປ່ອຍປະລະເລີຍ, ບໍ່ບ່ຽງແພຍັງບໍ່ແລ້ວ ບໍ່ໜໍາຊ້ໍາຍັງນຸ່ງເສື້ອສາຍດຽວໂຊສາຍບື ໃສ່ສະເກິດສັ້ນໆ ອັນເປັນການກໍ່ໃຫ້ສາສນາມີຄວາມດ່າງພ້ອຍ; ສະຖານທີ່ທີ່ເປັນອັນສັກກະລະບູຊາ ຄວນມີປ້າຍເຕືອນ ຫຼື ຂໍ້ແນະນຳໃຫ້ຮູ້ ເພື່ອບໍ່ເປັນການປະໝາດຂອງແຂກຕ່າງປະເທດ. ແຕ່ການຈະໃຫ້ເຂົາເຈົ້າບ່ຽງຜ້າ, ໃສ່ແພພາດບ່ານັ້ນ ຄົງຈະເປັນໄປໄດ້ຍາກ; ພຽງແຕ່ເຫັນຊຸດປະຈຳຊາດຂອງແມ່ຍິງລາວ ກໍ່ສາມາດຮູ້ໄດ້ວ່າແມ່ນຄົນປະເທດໃດ. ສະນັ້ນ, ເພີ່ນຈິ່ງມີຄຳກ່າວໄວ້ວ່າ: “ສີລະປະແມ່ຍິງຄືດອກໄມ້ປະຈຳຊາດ”. ສີລະປະ, ກິຣິຍາມາລະຍາດ, ຄວາມສວຍສົດງົດງາມ ແລະ ຄວາມອຸດົມຮັ່ງມີຕ່າງໆຂອງຊາດ ລ້ວນແຕ່ມາເຕົ້າໂຮມຢູ່ໃນຕົວຂອງແມ່ຍິງ; ຢູ່ບັນດາຂົງເຂດອາຊີຕາເວັນອອກສ່ຽງໃຕ້ ນອກຈາກແມ່ຍິງລາວນຸ່ງສິ້ນແລ້ວ, ກໍ່ຍັງແມ່ຍິງມຽນມາ, ແມ່ຍິງກຳປູເຈຍ, ແມ່ຍິງມາເລເຊຍ ແລະ ແມ່ຍິງໄທກໍ່ນຸ່ງສິ້ນຄືກັນ ແຕ່ວານຸ່ງສິ້ນ ແລະ ລັກສະນະຜືນສິ້ນແຕກຕ່າງກັນ; ແມ່ຍິງລາວນຸ່ງສິ້ນມີ່ຕໍ່ຫົວ ແລະ ຕໍ່ຕີນ, ນຸ່ງສິ້ນລ່າມບໍ່ໃຫ້ປົກປາຍຕີນ ເພາະຈະເຮັດໃຫ້ຂ້ອງ ຫຼື ຢຽບຕີນສິ້ນລົ້ມ, ນຸ່ງພໍເຂີນຕາຕຸ່ມມ໋ອງ ພໍໃຫ້ໄດ້ອວດປອກຂາເງີນ (ແຕ່ກ່ອນ ແມ່ຍິງລາວນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງຖືວ່າເປັນການບໍ່ສຸພາບ. ຄຸນຄ່າຂອງສິ້ນສີລະປະ ແລະ ຜ້າບ່ຽງແພໃໝ ແມ່ນຄວາມງາມຂອງສີລະປະສີໄມ້ລາຍມືຂອງຄົນລາວ. ສ່ວນຜົມທີ່ເກົ້ານັ້ນ ກໍ່ປະດັບດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ.
ຄວາມສວຍງາມຂອງອາເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງປະເທດຫັນມາສົນໃຈ ແລະ ນິຍົມຊົມຊອບສີ້ນໃໝແພລາວ ຈົນໄດ້ກັບກາຍມາເປັນສິນຄ້າສົ່ງອອກທີ່ດີອີກປະເພດໜື່ງ.
ຄິດນຳກັນເບິ່ງວ່າ! ຊາວຕ່າງປະເທດ ຜູ້ຫວັງດີຍັງເປັນຫ່ວງ ແລະ ເສຍດາຍແທນຄົນລາວເຮົາທີ່ເບິ່ງຂ້າມ ແລະ ຖືເບົາກັບຮີດຄອງປະເພນີອັນດີງາມ ທີ່ຕົນມີມາແຕ່ຊ້ານານແລ້ວ. ຊາຫຍັງ ຕຳໝາກຮຸ່ງ, ລາບກັອຍ, ປາແດກຕ່ອນກ້າງຂອງກິນກັບເຂົ້າທຸກມື້ ຍັງຖີກອ້າງໄປເປັນຂອງເພີ່ນ. ລະວັງສີ້ນນຸ່ງແພຖືເປັນຂອງກັບຊາດແທ້ໆ ສັງຊິໄລລະຖິ້ມໃຫ້ເປັນຂອງຊາດອື່ນອີກ. ເຂົາຊິຍຸ້ມລະເຮີ່ຍຫົວແທ້ໄດ໋ ຖ້າບໍ່ຮັກສາໄວ້.
ເອກະລັກຂອງຊົນເຜົ່າມົ້ງມົ້ງ ແມ່ນຊົນເຜົ່າໜຶ່ງໃນວົງ ຄະນະຍາດຂອງຊົນຊາດລາວ, ເປັນຊົນເຜົ່າທີ່ດໍາລົງຊີວິດຢູ່ບົນ ຜືນແຜ່ນດິນລາວ ນັບແຕ່ໄລຍະ ກາງຂອງສະຕະວັດທີ XIX ເປັນ ຕົ້ນມາ, ຍ້ອນມີສົງຄາມເກີດຂຶ້ນ ໃນໄລຍະນັ້ນ ຊົນເຜົ່າມົ້ງ ຈຶ່ງໄດ້ ອົບພະຍົບຈາກເຂດຕີເບດ, ຊີບີລີ, ມົງໂກນ ເຂົ້າສູ່ປະເທດຈີນ ເຊິ່ງ ຕັ້ງຫລັກແຫລ່ງຢູ່ລຸ່ມແມ່ນ້ໍາ ເຫລືອງ(ຮວງຮາ) ແລະ ເຄື່ອນ ຍ້າຍຖອຍລົງ
ມາທາງພາກໃຕ້ ເຂົ້າສູ່ປະເທດຫວຽດນາມ, ລາວ ແລະ ຣາຊະອານາຈັກໄທ. ຄົນ ຊົນເຜົ່າມົ້ງ ເອີ້ນຊື່ເຜົ່າຂອງຕົນ ເອງວ່າ: “ມົ້ງ”, ສໍາລັບຊົນເຜົ່າ ມົ້ງ ຢູ່ ສປປ ລາວ ການເອີ້ນນີ້ ເປັນຊື່ທີ່ເຂົາເຈົ້າມັກ ແລະ ເພິ່ງພໍ ໃຈທີ່ສຸດ, ທັງແມ່ນຊື່ດັ້ງເດີມ ແລະ ເປັນຊື່ທີ່ກໍານົດໃຊ້ເປັນທາງ ລັດຖະການ ເຊິ່ງຄໍາວ່າ: ມົ້ງ ໃນພາສາຊົນເຜົ່າມີຄວາມ
ໝາຍ ວ່າ: “ຄົນ”.
ອີງຕາມຂໍ້ມູນຈາກກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ໃຫ້ຮູ້ວ່າ: ໃນປັດຈຸບັນນີ້, ຊົນເຜົ່າ ມົ້ງ ຢູ່ລາວປະກອບດ້ວຍຫລາຍ ແຊງ ເຊັ່ນ: ມົ້ງຂາວ (ມົ້ງເດີ້), ມົ້ງລາຍ (ມົ້ງເລງ, ມົ້ງຊິ, ມົ້ງ ຢົ້ວ) ແລະ ມົ້ງດໍາ( ມົ້ງດູ້). ຊົນ ເຜົ່າມົ້ງ ໄດ້ດໍາລົງຊີວິດ ແລະ ຕັ້ງ ຖິ່ນຖານພູມລໍາເນົາ ຢ່າງຫລວງ ຫລາຍໃນບັນດາແຂວງພາກ ເໜືອລົງຮອດບາງແຂວງພາກ ກາງຂອງລາວ. ໃນນັ້ນ, ຊົນເຜົ່າ ມົ້ງ ໄດ້ແຈກຢາຍຢູ່ບັນດາເມືອງ ໃນແຕ່ລະແຂວງ ດັ່ງນີ້: ແຂວງ ຄຳມ່ວນ: ເມືອງທ່າແຂກ; ແຂວງ ບໍລິຄໍາໄຊ: ເມືອງປາກຊັນ, ປາກ ກະດິງ, ວຽງທອງ, ຄໍາເກີດ ແລະ ເມືອງບໍລິຄັນ; ນະຄອນຫລວງ ວຽງຈັນ: ເມືອງໄຊທານີ, ປາກ ງື່ມ ແລະ ເມືອງນາຊາຍທອງ; ແຂວງຜົ້ງສາລີ: ເມືອງໃໝ່, ເມືອງຂວາ ແລະ ເມືອງສໍາພັນ; ແຂວງຫລວງນໍ້າທາ: ເມືອງ ຫລວງນ້ຳທາ, ວຽງພູຄາ, ເມືອງ ລອງ ແລະ ເມືອງສິງ; ແຂວງບໍ່ ແກ້ວ: ເມືອງຫ້ວຍຊາຍ, ຕົ້ນເຜິ້ງ ແລະ ເມືອງເມິງ; ແຂວງໄຊຍະ ບູລີ: ເມືອງໄຊຍະບູລີ, ເມືອງ ເງິນ, ຊຽງຮ່ອນ, ຫົງສາ ແລະ ເມືອງຄອບ; ມີຢູ່ທຸກເມືອງຂອງ ແຂວງອຸດົມໄຊ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ວຽງຈັນ ແລະ ແຂວງໄຊສົມບູນ.
ປະເພນີໂດຍທົ່ວໄປແລ້ວຊົນ ເຜົ່າມົ້ງ ມັກຢູ່ເຮືອນຕິດພື້ນດິນ, ຊົນເຜົ່າມົ້ງ ມີຄວາມເຊື່ອ ແລະ ນັບຖືສາສະໜາຜີ, ກ່ອນຈະເຂົ້າ ໄປໃນເຮືອນ ຕ້ອງສັງເກດເບິ່ງ ຫລື ຖາມວ່າມີການຄະລໍາອັນໃດ ຫລືບໍ ໂດຍສະເພາະແມ່ນ ຈະ ເຫັນມີເຄື່ອງໝາຍຕາແຫລວ ຫລື ຟົດໄມ້ດິບຕິດໃສ່ປະຕູທາງເຂົ້າ ເຮືອນ, ຫ້າມບໍ່ໃຫ້ນັ່ງອີງຫລັງໃສ່ ເສົາກາງເຮືອນ, ຫ້າມແຕະຕ້ອງ ຮ້ານຜີ ພ້ອມທັງຫ້າມນອນຂວາງ
ເບື້ອງເທິງຫ້ອງໄວ້ຮ້ານຜີ.
ເປັນທີ່ຍອມຮັບຢູ່ໃນສັງຄົມ ປັດຈຸບັນນີ້ ຊົນເຜົ່າມົ້ງ ໄດ້ມີ ການຮັກສາເຄື່ອງນຸ່ງຫົ່ມ ແລະ ມີການເອ້ຢ້ອງໄດ້ດີກວ່າໝູ່ ເຊິ່ງ ສະແດງອອກໃຫ້ເຫັນໃນທົ່ວໆ ໄປ ຢ່າງຈະແຈ້ງບໍ່ວ່າຈະເປັນວັນ ບຸນປະເພນີ ຫລື ວັນທໍາມະດາ ພວກເຮົາສາມາດພົບເຫັນເຄື່ອງ ນຸ່ງຫົ່ມທີ່ເປັນເອກະລັກສະເພາະ ຂອງຊົນເຜົ່າມົ້ງ ເປັນຕົ້ນແມ່ນ ແມ່ຍິງຈະນຸ່ງເສື້ອ ແລະ ກະໂປງ ທີ່ມີລວດລາຍປັກແສ່ວ ແລະ ປະ ດັບເອ້ຢ້ອງດ້ວຍຫລາຍສີສັນ ຄື: ປອກແຂນ, ສາຍຄໍ, ຕ້າງຫູ ແລະ ໝວກ. ສໍາລັບເພດຊາຍຈະນຸ່ງ ໂສ້ງເສື້ອສີດໍາທີ່ມີການປັກແສ່ວ ລວດລາຍຕ່າງໆຄືກັນກັບແມ່ ຍິງ.
ແຕ່ລະປີພາຍຫລັງສໍາເລັດ ການເກັບກ່ຽວໄດ້ມີການສະ ຫລຸບຜົນຜະລິດຂອງແຕ່ລະຄອບ ຄົວໃນໜຶ່ງປີຜ່ານມາ ເອີ້ນວ່າ ບຸນກິນຈຽງ ຫລື ບຸນປີໃໝ່ຂອງ ຊົນເຜົ່າມົ້ງ ເຊິ່ງທີ່ມີການອວຍ ພອນພໍ່ແມ່ເຖົ້າແກ່ອາວຸໂສ, ມີ ການຈັດງານສະເຫລີມສະ ຫລອງຢ່າງຍິ່ງໃຫຍ່, ມີທັງການ ກິນ ແລະ ຫລິ້ນມ່ວນຊື່ນໃນກິດ ຈະກໍາຕ່າງໆ, ມີການນຸ່ງຖືເຄື່ອງ ນຸ່ງຫົ່ມທີ່ມີຄວາມສວຍງາມ ເປັນການສະແດງເຖິງສີໄມ້ລາຍ ມືຂອງແມ່ຍິງ, ທັງເປັນການ ເປີດໂອກາດໃຫ້ຄູ່ບ່າວ-ສາວ ໄດ້ ຊອກຫາຄູ່ຄອງເພື່ອສ້າງຄອບ ຄົວນໍາກັນຢ່າງຖືກຕ້ອງຕາມຮີດ ຄອງປະເພນີທີ່ໄດ້ສືບທອດກັນ ມາ, ມີການຫລິ້ນໂຍນໝາກ ຄອນຮ່ວມກັນ, ການສະແດງສິ ລະປະດົນຕີພື້ນເມືອງ ຂັບລຳເປົ່າ ແຄນ, ມີການແຂ່ງຂັນກີລາປະ ຈຳຊົນເຜົ່າ ປະເພດຕ່າງໆ ເປັນ ຕົ້ນແມ່ນການແຂ່ງຂັນມ້າ, ງົວ ຊົນງົວ ແລະ ກີລາໝາກຂ່າງ ອີກດ້ວຍ.
ໂດຍ: ບຸນທະວີ ອິນທະມິ